ການເວລາມັນຫມຸນໄວແຕ່ໃຈບໍ່ເຄີຍປ່ຽນແປງ
ທຸກສິ່ງທີ່ເຄີຍເສຍໄປ ມັນເຮັດໃຫ້ຂ້ອຍຫມົດແຮງ
ຄຳວ່າຮັກທີ່ເຄີຍບອກໄວ້ ມັນບໍ່ຄືການສະແດງ
ຂະໜາດຟ້າຍັງມີມືດມົນ ແລະ ມີອາທິດທີ່ສ່ອງແສງ
ຢາກຈະຂໍໂທດທຸກຢ່າງ ທີ່ເຄີຍເຮັດນຳເຈົ້າ
ຂ້ອຍເອງເປັນຄົນຜິດ ທີ່ພັງເລື່ອງຮັກສອງເຮົາ
ກັບໄປອີກຈັກເທື່ອ ມັນກໍຍັງເປັນຄືເກົ່າ
ເຈົ້າໃຫ້ອະໄພຂ້ອຍຫຼາຍຄັ້ງ ແຕ່ຂ້ອຍຖິ້ມມັນເລື່ອງມັນເສົ້າ
ເວລາທີ່ຢູ່ກັບເຈົ້າ ຂ້ອຍມີຄວາມສຸກ
ທຸກຄັ້ງທີ່ເສຍເຈົ້າໄປ ຂ້ອຍມີຄວາມທຸກ
ຢາກຂໍໂອກາດກັບໄປແກ້ໄຂ ແກ້ໄຂເພື່ອພິສູດ
ຂ້ອຍຍັງຄິດຮອດໜ້າເຈົ້າ ແລະ ຄິດຮອດຮອຍຈູບ
ຄວາມຮັກມັນຂືນຂົ່ມ ປຽບກັບລົມທີ່ພັດຜ່ານ
ຊີວິດຂ້ອຍມືດມົນ ຄືກັບນ້ຳທີ່ເອົາມາສາດ
ຫມົດແລ້ວຄວາມອົດທົນ ຂ້ອຍເລີຍຕ້ອງຖອຍ ແລະ ຈະລາຈາກ
ເຈົ້າປຽບຄືດັ່ງສາຍຝົນ ທີ່ຂ້ອຍບໍ່ເຄີຍຕັດມັນຂາດ
SAY HI SAY HI SAY HI
BABE
GOOD BYE GOOD BYE GOOD BYE
ເຈົ້າຈາກໄປແລ້ວຄົນດີ
ຂ້ອຍຕ້ອງຂໍໂທດ ທີ່ມື້ນັ້ນຖິ້ມເຈົ້າໄປ
ມາຄິດໄດ້ວັນນີ້ ຂ້ອຍເອງກໍແອບເສຍໃຈ
ຂ້ອຍມັນຄົນບໍ່ດີ ຮັກສາຫົວໃຈໃຜໄວ້ບໍ່ໄດ້
ເຈົ້າໃຫ້ໂອກາດຂ້ອຍແລ້ວ ແຕ່ຂ້ອຍຍັງເຮັດມັນບໍ່ໄດ້
ຍັງເຮັດມັນບໍ່ໄດ້
ຂ້ອຍຍັງເຮັດມັນບໍ່ໄດ້
ແຕ່ຂ້ອຍຄືລືມເຈົ້າບໍ່ໄດ້
ເປັນຫຍັງຄືລືມເຈົ້າບໍ່ໄດ້
ຈື່ມັນໄດ້ບໍ່ ວັນທີ່ເຮົາຄົບກັນ
ເຈົ້າລືມມັນລະບໍ່ ຮູບເຮົາທີ່ຖ່າຍນຳກັນ
ຂ້ອຍຕອບວ່າຕົກລົງ ທັງໆທີ່ເຈົ້າບອກວ່າ ເລີກກັນ
ຍ້ອນຂ້ອຍສັບສົນອາລົມ ຍັງເຮັດໃຫ້ເຮົາຕ້ອງມາເລີກກັນ
ໄດ້ແຕ່ໂທດໂຕເອງ ເປັນຫຍັງຄືຖິ້ມເຈົ້າໄປ
ຂ້ອຍມັນເຫ້ຍພໍໂຕ ເປັນຫຍັງບໍ່ລັ້ງເຈົ້າໄວ້
ມື້ທີ່ເຮົາຜິດກັນ ເຈົ້າປາດນ້ຳຕາແລ້ວຍ່າງອອກໄປ
ແຕ່ຂ້ອຍເຫັນເຈົ້າຕອນນີ້ ຂ້ອຍຢາກຈະຖາມວ່າ SAY HI
SAY HI SAY HI SAY HI
BABE
GOOD BYE GOOD BYE GOOD BYE
ເຈົ້າປຽບຄືດັ່ງສາຍຝົນ ທີ່ຂ້ອຍບໍ່ເຄີຍຕັດມັນຂາດ