Fight it back-Slettermind

Fight it back

歌手:Slettermind

专辑:Fight it back

时间:2022-06-27

    使用手机浏览器「扫一扫」

    在手机上保存,获得更好体验

标签
猜你喜欢的歌曲
歌词

ຄວາມພະຍາຍາມຂອງກູມັນເຈີດຈ້າ

ພ້ອມກັບຄວາມບ້າ

ປະສົມກັບຄວາມກ້າ

ທີ່ຈະເຮັດໃນສິ່ງທີ່ບໍ່ຄືໃຜ

ເພາະກູຍັງສັດທາໃນການກະທຳ

ທີ່ເປັນໂຕບອກວ່າກູໂຄດ hot

ບໍ່ສົນຄວາມເປັນເຈັບປວດແລ້ວປ່ອຍ

ໃຫ້ຄວາມສຳເລັດບົງບອກ

ເຖິງໂຕຕົນທີ່ແທ້ຈິງ ແລ້ວກ້າເຮັດສິ່ງທີ່ຮັກ

ເຖິງຄຳດູຖູກຈະຫຼາຍກວ່າຄຳພັກດັນ ກູກໍຈະຍັງຮັບຟັງ

ເຖິງຄວາມເຂັ້ມແຂງເກືອບຈະບໍ່ມີ ກູກໍຈະເປັນຄົນສ້າງມັນ

ເຖິງຟ້າຈະຂັດສະຕາ ແຕ່ໂຕກູເອງຈະເປັນຄົນປ່ຽນມັນ

*

ຈະເປັນມິດ ຫຼື ສັດຕູກໍເຂົ້າມາກັນໃຫ້ໝົດ

ກູຈະຄົງຢູ່ແບບນີ້ໃຫ້ມຶງເຫັນບໍ່ໄດ້ໝົກ

ຄວາມຜິດຜາດ ແລະ ບັນຫາເປັນບົດຮຽນມີໄວ້ໃຫ້ຈົດໃສ່ໃນສະໝອງຂອງພວກມຶງວ່າບໍ່ມີສິ່ງໃດງ່າຍໄປໝົດ

ມຶງເລີ່ມເປັນຄົນແພ້ຕັ້ງແຕ່ມຶງຕຳນິທຸກຢ່າງ

ຖ້າຍັງບໍ່ເຂົ້າໃຈໂລກໃຫ້ມຶງມືນຕາເບິ່ງອ້ອມຂ້າງ

ຄວາມເປັນຈິ່ງທີ່ເຮົາເຫັນມັນໂຄດສັບສົນອົນລະໝາດ

ຖ້າມຶງອ່ອນແອແກ່ສັດຕູຮັບຮອງສະຕາມຶງຂາດ

*build

ເພາະຊີວິດເຮົາຕ້ອງສູ້

ເກີດເປັນຄົນເຮົາຕ້ອງສູ້

ປັດຈຸບັນກໍຕ້ອງສູ້

ອານາຄົດກໍຕ້ອງສູ້

fight it

ຖ້າຢາກຈະຊະນະ ມຶງກໍຕ້ອງສູ້ກັບ

*

ຄວາມທະເຍີທະຍານມັນກໍຕ້ອງເປັນຜົນ

ຈະໄດ້ສາຍແສງຄືກັບຟ້າຫຼັງຝົນ

ເບິ່ງເຫງົາຂອງໂຕເອງມຶງຍັງມີ2ຄົນ

ຄວາມສຸກຄວາມທຸກມັນກໍຕ້ອງປະປົນ

ຖ້າຍັງບໍ່ຕາຍມຶງກໍຕ້ອງດິ້ນຮົນ

ຖ້າຍັງຢາກສະບາຍມຶງກໍຄວນອົດທົນ

ຄວາມສຳເລັດບໍ່ມີທາງລັດມຶງຄວນຈະມີເປົ້າໝາຍແລະສູ້ຊົນ

ຖ້າມຶງລົ້ມແລ້ວຮຽນຮູ້ ມຶງຈຶ່ງເປັນຜູ້ເປັນຄົນ

**

ບົດຮຽນແຫ່ງຊີວິດມີຫຼາຍເກີນຈິນຕະນາການ

ຖ້າມຶງຢາກຮຽນຮູ້ຈົນໝົດຄົງຕ້ອງຖ້າໂລກອາວະສານ

ຈົ່ງຍອມຮັບໃນສິ່ງທີ່ເປັນ ແລະ ປັບໂຕໃຫ້ທັນການ

ບໍ່ມີໃຜເກັ່ງທຸກຢ່າງໃນໂລກຄົນເຮົາມັນເກັ່ງຄົນດ້ານ

ສິນລະປະແບບກູ ບໍ່ແມ່ນນັກເລງຂ້າງທາງ

ກູ mix up ທຸກຢ່າງ ລວມກັນທັງສິນແລະສາດ

ບໍ່ເຄີຍມີຜູ້ໃດຈະຢຸດກູໄດ້ຮອດໜຶ່ງກ້າວ

ເພາະກູຈະເຮັດໄປເລື່ອຍ ຈົນກວ່າຈະໄປໂລກໜ້າ

展开显示全部歌词