*HOOK
ອ້າຍກອດບໍ່ອຸ່ນຄືເສດຖີ
ເເຕ່ອ້າຍຄົນນີ້ບໍ່ຫຼາຍໃຈ
ຖ້າຫາກນ້ອງຍັງບໍ່ມີໃຜ
ໃຫ້ອ້າຍເປັນຄົນຮັກໄດ້ບໍ່
ຖານະຂອງອ້າຍບໍ່ຄ່ອຍມີ
ທັງໝົດທີມີຄືຫົວໃຈ
ຖ້າຫາກນ້ອງຕ້ອງການຮັກຈາກໃຜ
ອ້າຍຍົກໃຫ້ໝົດທັງໃຈພຽງເຈົ້າຄົນດຽວເລີຍ
*VER1 RGB
ອ້າຍຂີ່ລົດຈັກ
ນ້ອງຂີ່ລົດໃຫຍ່
ອ້າຍມີພຽງຮັກ
ເເລະ ຫວັງວ່ານ້ອງຈະສົນໃຈ
ອ້າຍເປັນທີພັກ
ເວລານ້ອງບໍ່ສະບາຍໃຈ
ອ້າຍເປັນທີຮັກ
ເວລານ້ອງບໍ່ມີໃຜ
ອ້າຍຢາກພິສູດ
ໃຫ້ນ້ອງເຊື່ອໃຈ
ເເລະອ້າຍຫວັງວ່າ
ອ້າຍຈະເຮັດໄດ້
ຖ້າອ້າຍເຮັດໄດ້
ອ້າຍຄົງດີໃຈ
ຖ້າເຮັດບໍ່ໄດ້
ອ້າຍຄົງຕ້ອງເສຍໃຈ
ເເລະ ຢາກໃຫ້ you you you
ເເລະ ກະ me me me
My baby
ຢູ່ນຳກັນມັນຄົງຈະດີ My baby
ຮັກນຳກັນຈົນຊົວນິລັນ
ຮັກນຳກັນຈົນຊົວນິລັນ
ອ້າຍເຮັດວຽກເເຕ່ເຊົ້າຮອດເເລງ
ຫວັງວ່ານ້ອງຈະ understand
ອ້າຍເກັບ 10 ເກັບ 100 ເກັບ ເເສນ
ເກັບໄປເເຕ່ງພາຂວັນເພື່ອມັດເເຂນ
*HOOK
VER2 JO-L
ຂ້ອຍຄົນນີ້
ບໍ່ມີດອກລົດຫຼູ
ມີແຕ່ເພງເພງນີ້
ທີ່ຟັງແລ້ວຈະຕິດຫູ
ບໍ່ມີເງີນມີທອງ
ທີ່ຈະມາກ້າຍກອງ
ມີແຕ່ເສື້ອສີຂາວ
ກາລຳໂພງສີທອງ
ເຮັດເຮັດ!
ເຮັດຈັງໃດຈຶງບໍ່ຕ້ອງເສົ້າ
ເຮັດເຮັດ!
ເຮັດຈັງໃດຈຶງຄອງຮັກເຈົ້າ
ເຮັດເຮັດ!
ເຮັດຈັງໃດສິມີພຽງເຮົາ
ເຮັດເຮັດ!
ເຮັດຕັ້ງແຕ່ແລງຮອດເຊົ້າ
ຄົນຄົນນີ້
ມີພຽງຫົວໃຈ
ຫົວໃຈດວງນີ້
ຮັກດຽວບໍ່ຄືໃຜ
ບໍ່ແມ່ນເສດຖີ
ບໍ່ມີລົດໃຫຍ່
ຖ້າເຈົ້າບໍ່ໃຜ
ໃຫ້ຂ້ອຍເປັນຄົນຮັກຈະໄດ້ບໍ່...
*HOOK
*HOOK ພິເສດ
ຄົນຄົນນີ້
ມີພຽງຫົວໃຈ
ຫົວໃຈດວງນີ້
ຮັກດຽວບໍ່ຄືໃຜ
ບໍ່ແມ່ນເສດຖີ
ບໍ່ມີລົດໃຫຍ່
ຖ້າເຈົ້າບໍ່ໃຜ
ໃຫ້ຂ້ອຍເປັນຄົນຮັກຈະໄດ້ບໍ່...