ເຝົ້າຟັງເຈົ້າຊ້ຳໆ ຮັບຟັງທຸກບັນຫາ
ຄຽງຂ້າງຕະຫລອດມາ ບໍ່ເຄີຍຈະຫ່າງໄກ
ເຂົ້າຂ້າງຕົວເອງເລື້ອຍມາ ແອບຫວັງໃຫ້ເຈົ້າມີໃຈ
ແຕ່ສຸດທ້າຍ ຄົນທີ່ໄດ້ໃຈ ກໍຍັງຄົງເປັນເຂົາ
*ຄິດເອົາໄວ້ໃນໃຈ ຮູ້ວ່າເຂົາຈະໄປ
ຄິດດີຫລາຍເທົ່າໃດ ກໍທຳໄດ້ພຽງນັ່ງປອບໃຈ
ຕ້ອງເປັນພຽງເພື່ອນທີ່ດີ ຮັບຟັງທຸກໆຢ່າງ ທຸກເວລາ
**ໄດ້ເປັນພຽງທີ່ປຶກສາ ຕ້ອງຊັບນ້ຳຕາທຸກຄັ້ງທີ່ເຈົ້າເສຍໃຈ
ໃຫ້ຄຳປຶກສາວ່າອີກບໍ່ຊ້າ ເຂົາຄົນນັ້ນຈະກັບມາ
ມີສິດເທົ່ານີ້ເປັນເພື່ອນທີ່ດີ ເປັນຄົນທີ່ເຈົ້າໄວ້ໃຈ
ແຕ່ບໍ່ອາດຂ້າມໄປເປັນຄົນນັ້ນ ຄົນທີ່ໄດ້ຄອງຮັກກັນ
ໄດ້ເປັນພຽງທີ່ປຶກສາ….ໄດ້ເປັນພຽງຄົນຄອຍຊັບນ້ຳຕາ
ຢາກໃຫ້ເຈົ້ານັ້ນມາຟັງ ເຈົ້າບໍ່ໄດ້ຢູ່ລຳພັງ
ຢາກໃຫ້ຫັນມາຮັກກັນ ເຫມືອນຢ່າງທີ່ເຈົ້ານັ້ນຮັກເຂົາ
ຫລືເຈົ້ານັ້ນກໍຮູ້ດີ ແຕ່ເຈົ້າພຽງບໍ່ສົນໃຈ
ແຕ່ກໍເກັບຂ້ອຍໄວ້ ລະບາຍເມື່ອຍາມເຈົ້າເສົ້າໃຈ (* , **)
Rap
ເປັນພຽງທີ່ປຶກສາ ໃນຕອນທີ່ເຈົ້ານັ້ນເຫງົາໃຈ
ຄອຍຮັບຟັງທຸກບັນຫາ ເວລາທີ່ຖືກເຂົາທຳຮ້າຍ
ເປັນໃຫ້ເຈົ້າໄດ້ທຸກຢ່າງ ແຕ່ບໍ່ສິດຄິດໄປໄກ
ເພາະວ່າໃນໃຈກໍຮູ້ດີ ວ່າເປັນພຽງສາລາພັກໃຈ
ເພາະວ່າໃນຊີວິດຈິງ ມັນກໍບໍ່ຕ່າງຈາກລະຄອນ
ເຈົ້າໃຫ້ເຂົາເປັນພະເອກ ແລ້ວໃຫ້ຂ້ອຍເປັນພະຮອງ
ບໍ່ມີວັນໄດ້ເປັນທີ1 ເພາະເຮົາເປັນໄດ້ພຽງທີ2
ເຖິງຈະເຮັດດີຈັກເທົ່າໃດ ກໍບໍ່ມີສິດໄດ້ຄອບຄອງ